ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະ​ຊວງ​ປ້ອງ​ກັນ​ປະເທດ ລາວ-ຍີ່ປຸ່ນ
ຈັດກອງປະຊຸມພົບປະສອງຝ່າຍ


    ໃນ​ວັນ​ທີ 7 ມີນາ 2023 ນີ້, ຢູ່​ທີ່​ກະຊວງ​ປ້ອງ​ກັນ​ປະເທດ ​ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ​ກ່ຽວ​ກັບ​ການປຶກສາຫາລືການຮ່ວມມືຂອງສອງກະຊວງ ປ້ອງກັນປະເທດ ລາວ-ຍີ່ປຸ່ນ, ຝ່າຍລາວນຳໂດຍ ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ພ້ອມ ດ້ວຍ​ຄະນະ ແລະ ຝ່າຍ​ຍີ່ປຸ່ນ​ນຳ​ໂດຍ ທ່ານ ມາ​ຊາ​ມິ ໂອ​ກະ ຮອງ​ລັດ​ຖະ​ມົນ​ຕິ​ກະຊວງ​ປ້ອງ​ກັນ​ປະເທດ ຍີ່ປຸ່ນ ພ້ອມ​ດ້ວຍ​ຄະນະ.

    ໂອກາດ​ນີ້, ສະຫາຍ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ໄດ້​ ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບຢ່າງອົບ​ອຸ່ນ​ທີ່ ທ່ານ ມາ​ຊາ​ມິ ໂອກະ ໄດ້​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້, ເຊິ່ງ​ສະຫາຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ອັນ​ດີ​ທີ​ສອງ​ຊາດ, ສອງ​ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຍີ່ປຸ່ນ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ, ສອງ​ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຍີ່ປຸ່ນ ໃຫ້​ນັບ​ມື້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ, ເພື່ອ​ສືບຕໍ່​ຊຸກຍູ້​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ຂົງເຂດ​ວຽກ​ງານປ້ອງ ​ກັນ​ຊາດ, ດ້ານ​ການ​ສຶກສາ ແລະ ສາທາລະນະ​ສຸກ​ເຫຼົ່າ​ນີ້​ເປັນຕົ້ນ. ທ່ານ ມາ​ຊາ​ມິ ໂອ​ກະ ໄດ້​ສະແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ສູງ​ຕໍ່​ການ​ຕ້ອນ​​ຮັັບ​ຂອງ​ທ່ານ​ຮອງ​ ລັດຖະມົນຕີ​ໃນ​ຄັ້ງ​ນີ້. ໂອກາດ​ດັ່ງກ່າວ, ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ​ຂອງ​ສອງ​ປະເທດ​ຍັງ​ໄດ້​ປຶກສາ​ຫາລື​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ລະ ຫວ່າງ​ສອງ​ຊາດ, ສອງ​ກະຊວງ​ປ້ອງ​ກັນ​ປະເທດຍີ່ປຸ່ນ-ລາວ, ໂດຍ​ທ່ານ ມາ​ຊາ​ມິ ໂອ​ກະ ໄດ້​ສະເໜີ​ຕໍ່​ກອງ​ປະຊຸມ​ດັ່ງກ່າວ ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະ ສົບ​ການ​ໃນ​ການ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ​ເພື່ອ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ, ໂດຍ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ຕ້ານ​ໄພພິບັດ​ດັ່ງກ່າວ ແມ່ນ​ຈັດ​ຂຶ້ນ​ໃນ ​ສປປ ລາວ, ເຊິ່ງ​ທ່ານ​ກ່າວ​ວ່າ: ຂະ​ບວນການເຝິກຊ້ອມກອບກູ້​ໄພພິບັດ​ເພື່ອ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ​ໃນ​ໄລຍະ​ຜ່ານ​ມາ, ທີ່​ຈັດ​ຂຶ້ນ​ຢູ່ ​ສປປ ລາວ ຂອງ​ ການ​ຮ່ວມ​ມື​ສາມປະເທດລາວ-ຫວຽດນາມ-ກຳປູເຈຍ ທີ່ເຄີຍ​ປະຕິບັດ​ມາ​ແລ້ວ, ຖ້າ​ເປັນ​ໄປ​ໄດ້ແມ່ນ​ຝ່າຍ​ຍີ່ປຸ່ນ​ຢາກ​ປະ ກອບສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ດັ່ງ ກ່າວ ໂດຍ​ຜ່ານ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສາມ​ປະເທດ.

    ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ກໍໄດ້​ສະເໜີ​ໃນ​ແຜນການ​ການ​ສືບ​ຕໍ່​ແລກປ່ຽນ​ບົດຮຽນ​ລະຫວ່າງ​ຄະນະ​ຜູ້​ແທນໃນ​ການ​ຢ້ຽມຢາມ ແລະ ການ​ ເຝິກ​ອົບຮົມ, ສືບຕໍ່​ພົວພັນ​ລະຫວ່າງ​ສອງ​ປະເທດໃນ​ການ​ສ້າງ​ຫ້ອງການ​ທີ່​ປຶກສາ​ທູດ​ລາວປະຈຳ​ຍີ່ປຸ່ນ ແລະ ຍີ່ປຸ່ນ​ປະຈຳ ​ສປປ ລາວ, ສະເໜີ​ໃຫ້​ຝ່າຍ​ຍີ່ປຸ່ນ ​ຄົ້ນຄວ້າ​ຫົວຂໍ້​ໃນການເ​ຝິກອົບຮົມ​ຮ່ວມ​ມື​ກອບ​ກູ້​ໄພພິບັດ​ຄັ້ງ​ຕໍ່​ໄປ ເພື່ອ​ໃຫ້​ແທດເໝາະ​ກັບ​ສະພາບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ ​ສປປ ລາວ. ພ້ອມກັນນັ້ນ, ສອງ​ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ຍັງ​ປຶກສາ​ຫາລື​ໃນ​ການ​ທີ່​ຈະ​ສືບຕໍ່​ສົ່ງ​ນັກ​ສຶກ​ສາ​ທະຫານ​ໄປ​ສຶກ​ສາ​ທີ່​ປະເທດ​ຍີ່ປຸ່ນ, ໂດຍ​ຝ່າຍ​ຍີ່ປຸ່ນ​ຈະ​ຊອກ​ຫາ ​ ໂຮງຮຽນ​ທີ່​ເໝາະ​ກັບ​ນັກ​ສຶກສາ​ລາວ​ອີກ​ຫຼາຍ​ສາຂາ, ຊອກເງື່ອນໄຂ​ໃຫ້​ນັກສຶກ​ສາທີ່ຈົບປະລິນຍາ​ຕີ ໄດ້​ມີ​ໂອກາດ​ເຊື່ອມ​ຕໍ່​ປະລິນຍາ​ໂທ​ໃນ​ສາຂາມະຫາວິທະ ຍາໄລ​ຕ່າງໆ​ໃນ​ປະເທດຍີ່ປຸ່ນ ແລະ ຫວັງ​ວ່າ​ບັນດາ​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ມາ​ຈາກ​ຍີ່ປຸ່ນ​ນັ້ນ ​ຈະ​ເປັນ​ຂົວ​ຕໍ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຊາດ​ສອງ​ກອງທັບ​ໃນ ອະນາຄົດ. ໃນ​ວັນ​ດຽວ​ກັນ, ທ່ານ ມາຊາມິ ໂອ​ກະ ກໍໄດ້​ເຂົ້າ​ຂ່ຳນັບ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະ ຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສປປ ລາວ ພ້ອມ​ດຽວ​ກັນ​ນີ້​, ຍັງ​ໄດ້​ເຂົ້າ​ພົບ​ປະ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະ ເທດ​ອີກ​ດ້ວຍ.

ແຫຼ່ງທີ່ມາ: ຄໍາບົງ
ວັນທີ 10/03/2023